ການພັດທະນາໂຮງຮຽນໃຫ້ມີຄຸນນະພາບ ເປັນການພັດທະນາແບບຕໍ່ເນື່ອງ ເຊິ່ງຖືເປັນວຽກປົກກະຕິຂອງໂຮງຮຽນປະຖົົມທຸກໆແຫ່ງ ໃນຂອບເຂດທົ່ວປະເທດ ໂດຍການຮ່ວມມືກັບຊຸມຊົນ, ນຳໃຊ້ຊັບພະຍາກອນຂອງທ້ອງຖິ່ນ ແລະ ພາຍໃຕ້ການຊິ້ນຳ ແລະ ສະໜັບສະໜູນ ຈາກຫ້ອງການສຶກສາ ແລະ ກິລາ ຂອງເມືອງ.

 

ເນື່ອງຈາກວ່າ, ໂຮງຮຽນແຕ່ລະແຫ່ງ ມີຜົນສຳເລັດ ແລະ ສະພາບຈຸດພິເສດ ທີ່ແຕກຕ່າງກັນ ທາງດ້ານທີ່ຕັ້ງ, ສິ່ງອໍານວຍຄວາມສະດວກ ຫຼື ຊັບພະຍກອນ ທີ່ມີໃນຊຸມຊົນ, ລະດັບການສຶກສາຂອງຄູ, ຜູ້ອຳນວຍການ ແລະ ການຮ່ວມມືຂອງຊຸມຊົນ.  ດັ່ງນັ້ນ, ຂະບວນການພັດທະນາໂຮງຮຽນ ເພື່ອໃຫ້ບັນລຸ ມຄພ, ປົກກະຕິ ຂະບວນການພັດທະນາ ຫຼື ປັບປຸງໂຮງຮຽນຕາມ ມຄພ ແມ່ນເລີ່ມຈາກການປະເມີນຕົນເອງ ເພື່ອກຳນົດບູລິມະສິດຄວາມຕ້ອງການປັບປຸງ, ວາງແຜນພັດທະນາ ຫຼື ປັບປຸງ, ປະຕິບັດຕາມແຜນ ແລະ ຕິດຕາມຄວາມຄືບໜ້າ, ທົບທວນການປະຕິບັດ ດັ່ງທີ່ສະແດງໃນຮູບແຜນວາດລຸ່ມນີ້. ຂະບວນການດັ່ງກ່າວຈະດຳເນີນໄປເລື້ອຍໆ ຈົນກວ່າໂຮງຮຽນ ຈະບັນລຸທຸກຕົວຊີ້ວັດຂອງ ມຄພ. ລາຍລະອຽດຂອງແຕ່ລະຂັ້ນຕອນ ຈະໄດ້ເນັ້ນໜັກໃນພາກຕໍ່ໆໄປ.


No comments

Theme images by Jason Morrow. Powered by Blogger.