, ກະຊວງສຶກສາທິການ ແລະ ກິລາ ເຫັນວ່າ ຄວນມີມາດຕະຖານຄຸນນະພາບຂັ້ນພື້ນຖານ ທີ່ກໍານົດມາດຕະຖານ ໃນລະດັບຂັ້ນພື້້ນຖານແທ້ ທີ່ໂຮງຮຽນທຸກແຫ່ງ

 

ໃນໄລຍະຂອງການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ 2016-2020, ໄດ້ສຸມໃສ່ການທົບທວນ ການປະຕິບັດໜ້າທີ່ ໃນລະດັບແຂວງ ແລະ ເມືອງ ເຊິ່ງມັນໄດ້ຊ່ວຍໃຫ້ເຫັນເຖິງ ລະດັບຄວາມແຕກໂຕນ ທາງດ້ານຄຸນນະພາບ ເປັນຕົ້ນແມ່ນ ຜົນການຮຽນຂອງນັກຮຽນ ທີ່ເກີດຂຶ້ນພາຍໃນລະບົບການສຶກສາ. ໃນໄລຍະທີ່ຜ່ານມາ ການກຳນົດ ມາດຕະຖານຄຸນນະພາບການສຶກສາ ເພື່ອສະໜັບສະໜູນ ການວາງແຜນພັດທະນາໂຮງຮຽນ ຍັງສູງເກີນໄປ ແລະ ບໍ່ສາມາດປະຕິບັດໄດ້ ຖ້າທຽບໃສ່ສະພາບຕົວຈິງ ຂອງການສຶກສາ ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ມີການປັບປຸງ ມາດຕະຖານຄຸນນະພາບການສຶກສາ ສະບັບດັ່ງກ່າວ ໃຫ້ເປັນ ມາດຕະຖານຄຸນນະພາບຂັ້ນພື້ນຖານ ສໍາລັບ ຊັ້ນປະຖົມສຶກສາ ເຊິ່ງເປັນມາດຕະຖານຂັ້ນຕໍ່າສຸດ ທີ່ໂຮງຮຽນຕ້ອງມີ ເພື່ອໃຫ້ສາມາດດໍາເນີນວຽກງານໄດ້ ໃນລະດັບພື້ນຖານ.



No comments

Theme images by Jason Morrow. Powered by Blogger.